WordPress.org

ກ່ຽວກັບ

ແຜນການພັດທະນາ

ແຜນການພັດທະນາ

WordPress ມີການພັດທະນາຢ່າງຕໍ່ເນື່ອງຜ່ານໂຄງການ Gutenberg, ເຊິ່ງເປັນການຈິນຕະນາການໃໝ່ໃນໄລຍະຍາວກ່ຽວກັບວິທີການສ້າງ ແລະ ຈັດການເນື້ອຫາເທິງເວັບ, ໂດຍມີເປົ້າໝາຍເພື່ອຂະຫຍາຍການເຂົ້າເຖິງການມີຕົວຕົນເທິງເວັບທີ່ເຂັ້ມແຂງສຳລັບບຸກຄົນ, ຜູ້ສ້າງສັນ ແລະ ທຸລະກິດສະໄໝໃໝ່. ໄລຍະທີ 1 ໄດ້ນຳສະເໜີ Block Editor ໃນ WordPress 5.0, ໃນຂະນະທີ່ໄລຍະທີ 2 ເນັ້ນໃສ່ການປັບແຕ່ງເວັບໄຊ (Site Editing), ເຊິ່ງສຳເລັດສົມບູນໃນ WordPress 6.3 ດ້ວຍການເປີດຕົວ Site Editor ແລະ ເຄື່ອງມືທີ່ໃຊ້ບລັອກທີ່ມີປະສິດທິພາບເຊິ່ງກວມລວມທັງໝົດເວັບໄຊ. ໃນປັດຈຸບັນ, ໄລຍະທີ 3 ພວມດຳເນີນການຢູ່, ໂດຍເນັ້ນໃສ່ການແກ້ໄຂແບບຮ່ວມມື ແລະ ຂັ້ນຕອນການເຮັດວຽກ, ເຮັດໃຫ້ການເຮັດວຽກຮ່ວມກັນແບບສົດໆ ແລະ ຂະບວນການເຜີຍແຜ່ໃນ WordPress ມີຄວາມສະດວກຂຶ້ນ. ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບການປັບແຕ່ງເວັບໄຊ, ສ່ວນປະກອບຕ່າງໆ ແລະ ຟີເຈີອື່ນໆ, ສາມາດເຂົ້າເບິ່ງໄດ້ທີ່ ພາບລວມໂຄງການຟີເຈີ.

ໂຄງການມີ ເປົ້າໝາຍພາບລວມສຳລັບປີ 2026 ດັ່ງນີ້:

  • Core Development & WordPress 7.0 — Deliver three major releases in 2026 with WordPress 7.0 advancing Phase 3 collaboration features, client-side media handling, responsive styling controls, and expanded block tools to boost creativity and performance. 
  • AI ໃນທຸກບ່ອນ, ພ້ອມແນວທາງຄວບຄຸມ ແລະ ເກນມາດຕະຖານທີ່ຊັດເຈນ — ຝັງ AI ເຂົ້າໃນປະສົບການຂອງ WordPress ເພື່ອເຮັດໃຫ້ການສ້າງສັນ, ຂັ້ນຕອນການເຮັດວຽກ ແລະ ການມີສ່ວນຮ່ວມງ່າຍຂຶ້ນ — ພ້ອມທັງກຳນົດແນວທາງໃນລະດັບໂຄງການທີ່ເນັ້ນຄວາມໂປ່ງໃສ, ການຄວບຄຸມໂດຍຜູ້ໃຊ້ ແລະ ຄຸນຄ່າຂອງ WordPress. 
  • ການປັບປຸງກຸ່ມພົບປະ (Meetups) — ເສີມສ້າງ ກຸ່ມພົບປະ ໃນທ້ອງຖິ່ນໃຫ້ເປັນສູນກາງຊຸມຊົນທີ່ເຂັ້ມແຂງ ເພື່ອຊ່ວຍໃຫ້ຜູ້ໃໝ່ໄດ້ຮຽນຮູ້ຮ່ວມກັນ, ສ້າງຄວາມໝັ້ນໃຈ, ແລະ ກ້າວເຂົ້າສູ່ບົດບາດຜູ້ປະກອບສ່ວນທີ່ມີຄຸນຄ່າ. 
  • ຊຸມຊົນ, ການສຶກສາ, ແລະ ຂະບວນການຜູ້ປະກອບສ່ວນ — ຂະຫຍາຍ ໂຄງການການສຶກສາ ແລະ ເຮັດໃຫ້ເສັ້ນທາງການມີສ່ວນຮ່ວມມີຄວາມຊັດເຈນ ເພື່ອໃຫ້ຜູ້ປະກອບສ່ວນໃໝ່ສາມາດເລີ່ມຕົ້ນ, ເຊື່ອມຕໍ່ກັບທີມງານ, ແລະ ເຕີບໂຕໃນບົດບາດຕ່າງໆຂອງໂຄງການໄດ້ງ່າຍຂຶ້ນ.

ຢາກມີສ່ວນຮ່ວມບໍ່? ເຂົ້າໄປທີ່ Make WordPress ແລະ ພົບກັບກຸ່ມຄົນທີ່ຮ່ວມກັນພັດທະນາ, ອອກແບບ, ຂຽນຄູ່ມື, ແປພາສາ ແລະ ເຮັດການຕະຫຼາດໃຫ້ກັບ WordPress.

ເວີຊັນໃນອະນາຄົດ

ຕິດຕາມຄວາມຄືບໜ້າຂອງເວີຊັນຫຼັກຕໍ່ໄປໄດ້ທີ່ ລະບົບຕິດຕາມບັນຫາ. ວັນທີທີ່ລະບຸໄວ້ລຸ່ມນີ້ແມ່ນເພື່ອຈຸດປະສົງໃນການວາງແຜນເບື້ອງຕົ້ນເທົ່ານັ້ນ.

ເວີຊັນວາງແຜນໄວ້
7.09 ເມສາ 2026
7.119 ສິງຫາ 2026
7.210 ທັນວາ 2026

ຄຸນສົມບັດໃໝ່ຈະຖືກຢຸດການເພີ່ມເຕີມໜຶ່ງເດືອນກ່ອນການປ່ອຍເວີຊັນໃໝ່, ໂດຍຈະຫັນໄປເນັ້ນໃສ່ຄຸນນະພາບ ແລະ ປະສິດທິພາບຂອງເວີຊັນນັ້ນຢ່າງເຕັມທີ່.

ທ່ານສາມາດເບິ່ງລາຍການເວີຊັນທີ່ຜ່ານມາໄດ້ທີ່ ໜ້າປະຫວັດຄວາມເປັນມາ.

ແຜນການດຳເນີນງານໄລຍະຍາວ

ເພື່ອເປັນການທົບທວນ, ນີ້ແມ່ນສີ່ໄລຍະທີ່ກຳນົດໄວ້ໃນໂຄງການ Gutenberg:

  1. ການແກ້ໄຂທີ່ງ່າຍຂຶ້ນ — ມີໃຫ້ໃຊ້ແລ້ວໃນ WordPress ພ້ອມກັບການປັບປຸງຢ່າງຕໍ່ເນື່ອງ
  2. ການປັບແຕ່ງ — ການແກ້ໄຂເວັບໄຊ, ຮູບແບບບລັອກ, ໄດເຣັກທໍຣີບລັອກ, ທີມແບບບລັອກ
  3. ການຮ່ວມມື — ວິທີການທີ່ໃຊ້ງ່າຍຂຶ້ນໃນການຮ່ວມກັນສ້າງເນື້ອຫາ
  4. ຫຼາຍພາສາ — ການຈັດຕັ້ງປະຕິບັດລະບົບຫຼັກສຳລັບເວັບໄຊຫຼາຍພາສາ